ການອຸດໜູນເສຍກຳລັງແຮງງານ

  • ເງື່ອນໄຂ ຂອງການເກີດສິດ

1. ຖອກເງິນສົມທົບ​ເຂົ້າ​ກອງ​ທຶນ 12 ​ເດືອນຂຶ້ນ​ໄປ​ໃນ​ໄລຍະ 24 ເດືອນ​ສຸດ​ທ້າຍ;

2. ເກີດ​ອຸປະຕິ​ເຫດ​ອື່ນໆ (ລວມທັງການສັນຈອນສຳລັບຜູ້ປະກັນຕົນ);

3. ເປັນພະຍາດ​ທົ່ວ​ໄປ.

  • ຜົນ​ປະ​ໂຫຍ​ດ ຫຼື ການອຸດ​ໜູນ ທີ່ຈະໄດ້ຮັບ:

- ປິ່ນປົວບາດເຈັບ​ດ້ວຍ​ບັດ​ປະກັນ​ສັງຄົມ;

- ເງິນອຸດ​ໜູນ​ເສຍ​ກຳລັງ​ແຮງ​ງານ​ຊົ່ວຄາວ​ເທົ່າ​ກັບ 70% ຂອງ​ເງິນ​ເດືອນ​ປະກັນ​ຕົນ​ສະ​ເລ່ຍ​ໃນ​ໄລຍະ 6 ເດືອນ​ສຸດ​ທ້າຍ, ​ເບີ​ກຈ່າຍ​ເປັນ​ລາຍ​ເດືອນ ແລະ ສູງ​ສຸດ​ບໍ່​ເກີນ 6 ເດືອນ. ຫຼັງ​ຈາກ​ນັ້ນ, ຖ້າ​ຍັງ​ບໍ່​ສາມາດ​ຕີລາຄາເປັນ ການເສຍກໍາລັງແຮງງານ ຕ້ອງໄດ້ໄປກວດສຸຂະພາບຄືນໃໝ່ ໂດຍມີ​ການ​ຢັ້ງຢືນ​ດ້ານ​ການ​ແພດ ເພື່ອຮັບເງິນອຸດ​ໜູນ​ເສຍ​ກຳລັງ​ແຮງ​ງານ​ຊົ່ວຄາວ​ເທົ່າ​ກັບ 60% ຂອງ​ເງິນ​ເດືອນ​ປະກັນ​ຕົນ​ສະ​ເລ່ຍ 6 ເດືອນ​ສຸດ​ທ້າຍ, ໃນໄລຍະ​ບໍ່​ເກີນ 6 ເດືອນເປັນໄລຍະສຸດທ້າຍ.

- ເງິນອຸດໜູນ​ເສຍ​ກໍາລັງແຮງງານ;

- ເງິນອຸດໜູນຜູ້ດູແລ, ຖ້າເສຍອົງຄະປະເພດ 1;

- ເງິນອຸດໜູນເສຍຊີວິດ, ຖ້າເສຍຊີວິດ;

- ເງິນອຸດໜູນສະມາຊິກຄອບຄົວ.

1 . ​ການຈັດ​ປະ​ເພດ ​ແລະ ລະດັບ​ການ​ເສຍ​ກໍາລັງແຮງງານ

ປະ​ເພດ

ລະດັບ​ການ​ເສຍ​ກໍາລັງແຮງງານ (%)

ລະດັບເງິນອຸດໜູນ (%)

ປະເພດເງິນ​ອຸດ​ໜູນ

1

81 -​ 100

80

​​ລາຍ​ເດືອນ

2

71 - 80

70

​ລາຍ​ເດືອນ

3

61 - 70

60

​ລາຍ​ເດືອນ

4

51 - 60

50

​ລາຍ​ເດືອນ

5

41 - 50

40

​ລາຍ​ເດືອນ

6

15 - 40

ຕາມເປີເຊັນເສຍກໍາລັງແຮງງານ

ອຸດໜູນເທື່ອດຽວ

ຜູ້​ປະກັນ​ຕົນ ທີ່​​ເສຍ​ກຳລັງ​ແຮງ​ງານ ຫຼື ເສຍອົງຄະ ຍ້ອນ​ເກີດ​ອຸປະຕິ​ເຫດ​ແຮງ​ງານ, ​ເປັນພະຍາດ​ອາຊີບ, ​ເກີດອຸປະຕິ​ເຫດ​ອື່ນ ຫຼື ເປັນ​ພະຍາດ​ທົ່ວ​ໄປຕ້ອງ​ໄດ້​ມີໃບຢັ້ງຢືນ​ດ້ານ​ການ​ແພດ​ກ່ຽວ​ກັບ​ການ​ຕີ​ລາຄາ​ສ່ວນ​ຮ້ອຍ​ຂອງ​ການ​ເສຍ​ກຳລັງ​ແຮງ​ງານ ຫຼື ເສຍ​ອົງຄະ​ຈາກ​ພາກສ່ວນ​ກ່ຽວຂ້ອງ ເພື່ອມາ​ຍື່ນ​ຂໍ​ຮັບ​ການ​ອຸດ​ໜູນດັ່ງກ່າວ.

2 . ການ​ຄິດ​ໄລ່​ເງິນ​ອຸດ​ໜູນເສຍ​ກໍາລັງແຮງງານ

2.1. ຍ້ອນ​ປະສົບອຸປະຕິ​ເຫດ​ແຮງ​ງານ ຫຼື ເປັນພະຍາດ​ອາຊີບ

- ເງິນ​ອຸດ​ໜູນເສຍ​ກໍາລັງແຮງງານ​ເທື່ອ​ດຽວ ​ເທົ່າກັບ ລະດັບ​ການ​ເສຍ​ອົງຄະ ຄູນ​ກັບ ​ເງິນ​ເດືອນ​ປະກັນ​ຕົນ​ສະ​ເລ່ຍ​ໃນ​ໄລຍະ 6 ເດືອນ​ສຸດ​ທ້າຍ ຄູນກັບ 12 ເດືອນ.

- ເງິນອຸດໜູນເສຍ​ກໍາລັງແຮງງານລາຍເດືອນ ເທົ່າກັບ ລະດັບການເສຍອົງຄະ ຄູນກັບ ​ເງິນ​ເດືອນ​ປະກັນ​ຕົນ​ສະ​ເລ່ຍ​ໃນ​ໄລຍະ 6 ເດືອນ​ສຸດ​ທ້າຍ. ໃນກໍລະນີ​ຜູ້​ເສຍ​ອົງຄະ​​ໄດ້​ປະຕິບັດ​ໜ້າ​ທີ່​ປະຈຳການ ຈະໄດ້ຮັບ 50% ຂອງ​ເງິນເສຍ​ອົງຄະຕົນເອງຕໍ່​ໄປ. ຖ້າພັກ​ຮັບ​ເງິນ​ບຳນານ ​ຈະ​​ໄດ້​ຮັບ​ເງິນອຸດໜູນ 25% ຂອງ​ເງິນເສຍ​ອົງຄະຕົນເອງຕໍ່​ໄປ.

2.2. ຍ້ອນ​ປະສົບອຸປະຕິ​ເຫດ​ອື່ນ ຫຼື ເປັນພະຍາດທົ່ວໄປ

- ເງິນ​ອຸດ​ໜູນເສຍ​ກໍາລັງແຮງງານ​ເທື່ອ​ດຽວ ​ເທົ່າກັບ ລະດັບ​ການ​ເສຍ​ອົງຄະ ຄູນ​ກັບ ​ເງິນ​ເດືອນ​ປະກັນ​ຕົນ​ສະ​ເລ່ຍ​ໃນ​ໄລຍະ 6 ເດືອນ​ສຸດ​ທ້າຍ ຄູນກັບ 10 ເດືອນ.

- ເງິນອຸດໜູນເສຍ​ກໍາລັງແຮງງານລາຍເດືອນ ເທົ່າກັບ ລະດັບການເສຍອົງຄະ ຄູນກັບ  80% ຂອງ​ເງິນ​ເດືອນ​ປະກັນ​ຕົນ​ສະ​ເລ່ຍ​ໃນ​ໄລຍະ 6 ເດືອນ​ສຸດ​ທ້າຍ. ໃນກໍລະນີ​ຜູ້​ເສຍ​ອົງຄະ​​ໄດ້​ປະຕິບັດ​ໜ້າ​ທີ່​ປະຈຳການ, ຜູ້ກ່ຽວ​ຍັງ​​ໄດ້​ຮັບ​ເງິນ​ອຸດໜູນ 50% ​ແລະ ຖ້າ​ພັກ​ຮັບ​ເງິນ​ບຳນານ​ຈະ​ໄດ້​ຮັບ 25% ຂອງ​ເງິນ​ເສຍ​ອົງຄະຕົນເອງຕໍ່​ໄປ.

  1. ການປະກອບອຸປະກອນ ຫຼື ອົງຄະທຽມໃຫ້ຜູ້ເສຍ​ກໍາລັງແຮງງານ

ຜູ້​ເສຍ​ອົງຄະຈົນໄດ້ຮັບ​ຜົນ​ກະທົບ​ຕໍ່​ການ​ເຄື່ອນ​ໄຫວ​ວຽກ​ງານ ແລະ ການ​ດຳລົງ​ຊີວິດ​ຈະ​ໄດ້​ຮັບອຸປະກອນ ຫຼື ອົງຄະ​ທຽມ​ ຕາມລະບຽບ​ການ.

  1. ການ​ອຸດ​ໜູນ​ຜູ້​ດູ​ແລ ຂອງ​ຜູ້​ເສຍ​ກໍາລັງແຮງງານ

ຜູ້​ເສຍ​ອົງຄະ​ປະ​ເພດ 1 ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​ຜູ້​ດູ​ແລ ເອີງຕາມຊັ້ນຂັ້ນເງິນເດືອນຂັ້ນຕໍາ ສໍາລັບພະນັກງານລັດຖະກອນ, ຖ້າເປັນຜູ້ອອກແຮງງານວິສາຫະກິດ ເທົ່າກັບ ເພດານເງິນເດືອນຂັ້ນຕໍາທີ່ລັດຖະບານກໍານົດແຕ່ລະໄລຍະ ​ໃຫ້​ຜູ້​ມາ​ດູ​ແລ ແລະ ​ເບີກ​ຈ່າຍ​ເປັນ​ລາຍ​ເດືອນ​ຕະຫຼອດ​ຊີວິດຂອງ​ຜູ້​ເສຍ​ອົງຄະ.

ເອກະສານ ທີ່ຕ້ອງໄດ້ປະກອບ

  1. ໃບຢັ້ງຢືນການເຈັບ​ປ່ວຍ ທີ່​​​​ໄດ້​ກຳນົດ​ເວລາ​ພັກວຽກ ຫຼື ໃບຢັ້ງຢືນການ​ຕີ​ລາຄາ​ສ່ວນ​ຮ້ອຍ​ຂອງ​ການ​ເສຍອົງຄະ ທີ່ເນື່ອງ​​ຈາກປະສົບອຸປະຕິເຫດແຮງງານ ຫຼື ເປັນ​ພະຍາດ​ອາຊີບ ຫຼື ປະສົບ​ອຸປະຕິ​ເຫດ​ອື່ນ ຫຼື ເປັນ​ພະຍາດ​ທົ່ວ​ໄປຈາກ​ພາກ​ສ່ວນກ່ຽວຂ້ອງ;
  2. ໃບສຳເນົາບັດປະກັນສັງຄົມ ຂອງຜູ້ປະກັນຕົນ;
  3. ຖ້າ​ໃຫ້ຜູ້ຕາງໜ້າ ຍື່ນແບບຂໍຮັບເງິນອຸດໜູນແທນ ຕ້ອງອັດສຳເນົາ ບັດປະຈຳຕົວ ຫຼື ເອກະສານທາງການ ໃດໜຶ່ງ.

ຜູ້ປະເມີນ ແລະ ຢັ້ງຢືນລະດັບການເສຍກຳລັງແຮງງານຕ້ອງ​ເປັນໜ່ວຍງານແພດ ທີ່​ກະຊວງສາທາລະນະ​ສຸກ​ອະນຸມັດແຕ່ງຕັ້ງ.

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)