• ເງື່ອນໄຂ ການເກີດສິດ:

- ຫຼຸ​ລູກ ຫຼື ລູກ​ຕາຍ​ໃນ​ທ້ອງ ຫຼັງ​ຈາກ​ຖືພາ​ 2-5 ເດືອນ ຖອກເງິນສົມທົບ​ເຂົ້າ​ກອງ​ທຶນແຕ່ 6 ເດືອນຂຶ້ນ​ໄປ​;

- ອອກລູກ ຫຼັງ​ຈາກ​ຖືພາ​ 6 ເດືອນຂື້ນໄປ ຖອກເງິນສົມທົບ​ເຂົ້າ​ກອງ​ທຶນແຕ່ 9 ເດືອນຂຶ້ນ​ໄປ​;

  • ຜົນປະໂຫຍດ ຫຼື ການອຸດໜູນ:

- ​ຜູ້​ປະກັນ​ຕົນ​ເພດ​ຍິງ ຫຼື ເມຍ​ຜູ້​ປະກັນ​ຕົນ ທີ່​ບໍ່ໄດ້​ປະກອບ​ອາຊີບ​ໃດ​ໜຶ່ງ​ຈະໄດ້​ຮັບເງິນບຳເນັດ ອອກລູກ ຫຼື ຫຼຸ​ລູກ​ ເທົ່າກັບ 60% ຂອງ​​ເງິນເດືອນ​ປະກັນ​ຕົນສະ​ເລ່ຍ​ໃນ​ໄລຍະ 6 ເດືອນສຸດ​ທ້າຍ​ຕໍ່​ລູກ 1​ ຄົນ;

- ໃນ​ໄລຍະ​ຜູ້​ປະກັນ​ຕົນ​ເພດ​ຍິງ​ໄດ້ພັກວຽກ ຍ້ອນການອອກລູກ ຫຼື ຫຼຸ​ລູກ ເພື່ອຟື້ນຟູສຸຂະພາບ ກໍຈະໄດ້ຮັບ ເງິນອຸດໜູນອອກລູກ ຫຼື ຫຼຸ​ລູກ​ເປັນ​ລາຍ​ເດືອນ ເທົ່າກັບ 80% ຂອງເງິນເດືອນປະກັນຕົນສະ​ເລ່ຍ​ໃນ​ໄລຍະ 6 ເດືອນສຸດ​ທ້າຍ, ສູງສຸດບໍ່ເກີນ 105 ວັນ ຫຼື ຖ້າ​ອອກລູກ​ຝາ​ແຝດ​ແມ່ນ​ບໍ່​ເກີນ 120 ວັນ. ຫລັງຈາກນັ້ນ, ຖ້າ​ສຸຂະພາບຍັງ​ອ່ອນ​ເພຍ ຜູ້ກ່ຽວກໍຕ້ອງ​ໄປ​ກວດ ​ແລະ ຮັບ​ການ​ປະ​ເມີນ​ສຸຂະພາບທາງ​ດ້ານ​ການ​ແພດຄືນ ເພື່ອຮັບ​ເງິນອຸດໜູນປ່ວຍການ ຫຼື ​ອຸດ​ໜູນ​ເສຍ​ອົງຄະ​ ຕາມ​ລະບຽບ​ການ.

​ ​

ເອກະສານ ທີ່ຕ້ອງໄດ້ປະກອບ

  1. ໃບຢັ້ງຢືນການອອກລູກ ຈາກໂຮງໝໍ ຫຼື ຈາກອຳນາດການປົກຄອງບ້ານ ບ່ອນທີ່ເດັກເກີດ ຫຼື ໃບຢັ້ງຢືນ ພະຍາດຈາກແພດປີ່ນປົວ;
  2. ອັດສຳເນົາບັດປະກັນສັງຄົມ;
  3. ຖ້າແມ່ນເມຍຂອງຜູ້ປະກັນຕົນໃຫ້ສຳເນົາເອກະສານໃດໜຶ່ງຄັດຕິດເປັນຕົ້ນ: ສຳມະໂນຄົວ, ທະບຽນສົມລົດ, ບົດບັນທຶກການສູ່ຂໍ ຫຼື ໜັງສືທາງການອື່ນໆ;
  4. ຖ້າ​ໃຫ້ຜູ້ຕາງໜ້າ ຍື່ນແບບຂໍຮັບເງິນອຸດໜູນແທນນັ້ນຕ້ອງອັດສຳເນົາບັດປະຈຳຕົວ ຫຼື ເອກະສານ ທາງ​ການ​ໃດ​ໜຶ່ງ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)