![]() | ໃນວັນທີ 14 ມິຖຸນາ 2019 ນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກໃໝ່) ໄດ້ມີກິດຈະກຳການບໍລິຈາກເລືອດ ໃນຫົວຂໍ້: "ເລືອດປອດໄພ ເພື່ອທຸກຄົນ" ເນື່ອງໃນໂອກາດວັນບໍລິຈາກເລືອດໂລກຄົບຮອບ 15 ປີ (14/06/2004-2019) |
ພາຍໃຕ້ການສະໜັບສະໜູນຂອງພາກສ່ວນຕ່າງໆພາຍໃນສັງຄົມ ຊຶ່ງພາຍໃນງານແມ່ນໄດ້ເປີດໂອກາດໃຫ້ທຸກຄົນທົ່ວສັງຄົມສາມາດເຂົ້າຮ່ວມບໍລິຈາກເພື່ອມອບເປັນຂອງຂວັນທີ່ມີຄ່າໃຫ້ຜູ້ຄາດແຄນເລືອດໃນຂອບເຂດທົ່ວປະເທດ ເຊັ່ນ: ຜົນກະທົບຈາກການເກີດລູກ, ອຸປະຕິເຫດ, ເດັກນ້ອຍເປັນພະຍາເລືອດຈາງຮ້າຍແຮງ, ພະຍາດໄຂ້ເລືອດອອກ, ການຂາດສານອາຫານ, ຄວາມຜິດປົກກະຕິລະບົບການສ້າງເມັດເລືອດໃນກະດູກ ແລະອື່ນໆ. ນອກນັ້ນຍັງມີການມອບໃບຍ້ອງຍໍ, ການສະແດງສິລະປະ ແລະ ການສະແດງລະຄອນສາທິດຂອງກຸ່ມອາສາສະມັກ ທີ່ສ່ອງແສງໃຫ້ເຫັນເຖິງຄວາມສຳຄັນຂອງການບໍລິຈາກເລືອດນຳອີກ
ພາບ-ຂ່າວ: ພະແນກປະຊາສຳພັນ