![]() | ເພື່ອເປັນການປະກອບສ່ວນເຂົ້າໃນຫຼາຍວັນສຳຄັນຂອງຊາດ ເວົ້າລວມ ເວົ້າສະເພາະ ກໍ່ຄື ວັນສ້າງຕັ້ງສູນກາງສະຫະພັນກຳມະບານລາວ ເນື່ອງໃນໂອກາດຄົບຮອບ 63 ປີ (01 ກຸມພາ 1956 - 01 ກຸມພາ 2019) ທີ່ຈະມາເຖິງໃນມໍ່ໆນີ້, |
ານປະກອບສ່ວນເຂົ້າໃນຫຼາຍວັນສຳຄັນຂອງຊາດ ເວົ້າລວມ ເວົ້າສະເພາະ ກໍ່ຄື ວັນສ້າງຕັ້ງສູນກາງສະຫະພັນກຳມະບານລາວ ເນື່ອງໃນໂອກາດຄົບຮອບ 63 ປີ (01 ກຸມພາ 1956 - 01 ກຸມພາ 2019) ທີ່ຈະມາເຖິງໃນມໍ່ໆນີ້, ຊາວໜຸ່ມ ຫກປຊ ກໍ່ຄື ສະມາຊິກກຳມະບານລາວ ໄດ້ເຂົ້າຮ່ວມການບໍລິຈາກເລືອດ ທີ່ ສູນກາງສະຫະພັນກຳມະບານລາວ ບ້ານນາແຄຄຳ ເມືອງໄຊທານີ ນ.ວ (ເສັ້ນທາງ 450 ປີ) ໃນວັນທີ 29 ມັງກອນ 2019.
ກິດຈະກຳການບໍລິຈາກເລືອດໃນຄັ້ງນີ້ ແມ່ນໄດ້ເປີດກ້ວາງໃຫ້ທຸກພາກສ່ວນທີ່ເປັນພະນັກງານໃນອົງການຈັດຕັ້ງຂອງລັດ ບໍລິສັດ ແລະ ບຸກຄົນ ສາມາດເຂົ້າຮ່ວມປະກອບສ່ວນຊ່ວຍເຫຼືອສັງຄົມໃນໂອກາດພິເສດດັ່ງກ່າວ. ທ່ານສາມາດເປັນສ່ວນໜຶ່ງຂອງຜູ້ມອບຊີວິດໃໝ່ ໃຫ້ຜູ້ທີ່ຂາດແຄນເລືອດໄດ້ ທີ່ ສູນກາງສະຫະພັນກຳມະບານລາວ ເລີ່ມແຕ່ເວລາ 08:30 - 16:00 ໂມງ ໃນມື້ດຽວກັນ.
div#mb_center,div#mb_bottom{ z - index: 9999; } div#mb_overlay{ z - index: 9999; }