![]() | ເພຶື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງ, ຜູ້ໃຊ້ແຮງງານ ແລະ ຜູ້ປະກັນຕົນ ທີ່ຢູ່ເຂດ ຫ່າງໄກ ໄດ້ເຂົ້າເຖິງການບໍລິການຂອງກອງທຶນປະກັນສັງຄົມແຫ່ງຊາດ ໃນການຢັ້ງຢືນ ເອກະສານ ຕ່າງໆໃຫ້ທັນເວລາ ເປັນຕົ້ນ ວຽກງານທະບຽນ-ເງິນສົມທົບ, ອຸດໜູນ ແລະ ບັນຊີ. |
ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018 ທີ່ຫ້ອງປະຊຸມໃຫຍ່ ຂອງ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມ ສໍາມະນາທາງດ້ານວິຊາການ ຮ່ວມກັບ ສູນບໍລິການກອງທຶນປະກັນສັງຄົມ ທົ່ວປະເທດ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຜູ້ອໍານວຍການ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ, ມີຄະນະພະແນກ, ຄະນະສູນບໍລິການກອງທຶນປະກັນສັງຄົມ ແຂວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມທັງໝົດ 40 ກວ່າທ່ານ.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອແນໃສ່ສ້າງຄວາມເຂົ້າໃຈຢ່າງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສັງ ຄົມ ລະຫວ່າງ ສູນບໍລິການກອງທຶນປະກັນສັງຄົມ (ສກປສ) ແຂວງ ແລະ ແຮງງານແລະສະຫວັດດີການສັງຄົມ (ຮສສ) ເມືອງ ໃນຂອບເຂດ ທົ່ວປະເທດ, ເຮັດໃຫ້ວຽກງານການບໍລິການຂອງປະກັນສັງຄົມມີຄວາມສະດວກວ່ອງໄວກ່ວາເກົ່າ, ປັບປຸງຂອດການປະສານງານ ກໍ່ຄືການຈະລາ ຈອນເອກະສານ ມີຄວາມຄ່ອງຕົວ, ຮັບປະກັນການສະໜອງເງິນອຸດໜູນປະກັນສັງຄົມໃຫ້ມີຄວາມວ່ອງໄວ, ການດໍາເນີນງານ ແລະ ຄຸ້ມຄອງ ຢ່າງເປັນລະບົບ ໂປ່ງໃສ ສາມາດກວດສອບໄດ້ງ່າຍ, ນອກນັ້ນຍັງເປັນການສ້າງຄວາມຮັບຮູ້ໃຫ້ແກ່ທຸກພາກສ່ວນໄດ້ເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບ ຄວາມໝາຍຄວາມສໍາຄັນ ຂອງວຽກງານປະກັນສັງຄົມ ກໍ່ຄື ບົດບາດຂອງ ຮສສ ເມືອງ ດີຂື້ນກ່ວາເກົ່າ. ຊຶ່ງໃນໂອກາດດັ່ງກ່າວ ທ່ານ ບຸນຍອດ ຈັນທະວອນ ຮອງຜູ້ອໍານວຍການ ຫກປຊ ໄດ້ສະເໜີໂດຍລວມ ກ່ຽວກັບແນວທາງໃນການຄົ້ນຄ້ວາ ເພື່ອແລກປ່ຽນ-ຖອນບົດຮຽນຮ່ວມ ກັບບັນດາສູນບໍລິການກອງທຶນປະກັນສັງຄົມ ແຂວງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະທີ່ຜ່ານມາ ໂດຍອີງໃສ່ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຈຸດພິເສດຂອງບັນດາເມືອງ ເພື່ອສ້າງ ຄວາມເຂົ້າໃຈເປັນເອກະພາບໃນການປັບປຸງຂອດການປະສານງານໃຫ້ມີຄວາມສະດວກ ຄ່ອງຕົວເທື່ອລະກ້າວ, ພ້ອມດຽວກັນນັ້ນ ກອງປະຊຸມຍັງຈະມີ ການຄົ້ນຄ້ວາຄວາມເປັນໄປໄດ້ໃນການສ້າງໜ່ວຍບໍລິການຂັ້ນເມືອງ ໂດຍອີງໃສ່ບັນດາເງື່ອນໄຂທີ່ອໍານວຍຄວາມສະດວກ ແລະ ຄວາມພ້ອມຂອງ ແຕ່ລະເມືອງ ກໍ່ຄື ສກປສ ແຂວງ ທັງນີ້ກໍ່ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານເປັນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກນັ້ນ ກອງປະຊຸມໃນຄັ້ງນີ້ ຍັງຈະໄດ້ຮັບການຝຶກອົບຮົມວຽກງານປິ່ນອ້ອມຂອງພະແນກການທີ່ກ່ຽວຂ້ອງ ເຊັ່ນ ວຽກງານປະຊາສໍາພັນ, ອຸດໜູນ, ບັນຊີ ແລະ ວຽກງານທະບຽນ-ເງິນສົມທົບ ທີ່ຕິດພັນກັບການໃຫ້ການບໍລິການແກ່ສະມາຊິກປະກັນສັງຄົມ.
ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນຈະໄດ້ດຳເນີນເປັນໄລຍະເວລາ 3 ວັນ ແລະ ຈະໄດ້ປິດລົງໃນຕອນແລງຂອງວັນທີ 26 ກໍລະກົດ 2018ນີ້.
div#mb_center,div#mb_bottom{ z - index: 9999; } div#mb_overlay{ z - index: 9999; }