ໃນວັນທີ 21 ທັນວາ 2023 ອົງການປະກັນສັງຄົມແຫ່ງຊາດ ສົມທົບກັບ ຫ້ອງການປະກັນສັງຄົມແຂວງວຽງຈັນ ແລະ ສູນປະກັນສັງຄົມເມືອງວັງວຽງ ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັງປຸງ) ສະບັບເລກທີ 54/ສພຊ ໃຫ້ພະນັກງານ-ລັດຖະກອນ, ບັນດາຫົວໜ່ວຍວິສາຫະກິດ, ອຳນາດການປົກຄອງບ້ານ ພາຍໃນເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ສີສຸພັນ ວັດທະນະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ, ມີຫົວໜ້າ ຫປສ ແຂວງວຽງຈັນ, ຮອງຫົວໜ້າຫ້ອງການ ຮສສ ເມືອງວັງວຽງ, ຜູ້ຕາງໜ້າຈາກບັນດາຫ້ອງການພາຍໃນເມືອງ, ຫົວໜ່ວຍວິສາຫະກິດ, ນາຍບ້ານ, ພະນັກງານ ອປຊ, ສປສ ເມືອງວັງວຽງ ເຂົ້າຮ່ວມທັງໝົດ 64 ທ່ານ, ຍິງ 23 ທ່ານ.
 
ສໍາລັບກອງປະຊຸມດັ່ງກ່າວ ຖືເປັນຄັ້ງທໍາອິດ ທີ່ຈັດຮູບການເຜີຍແຜ່ແບບກ້ວາງຂວາງ ກວມເອົາກຸ່ມເປົ້າໝາຍທັງ 3 ພາກ ຄື: ພາກລັດ, ວິສາຫະກິດ ແລະ ສະໝັກໃຈ ພາຍໃນເມືອງວັງວຽງ, ຈຸດປະສົງ ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈວຽກງານສະຫວັດດີການສັງຄົມ ພາຍໃຕ້ກົດໝາຍ ນັບແຕ່ການປິ່ນປົວສຸຂະພາບ, ອອກລູກ, ປ່ວຍການ, ເສຍກໍາລັງແຮງງານ, ບໍານານ, ເສຍຊີວິດ, ອຸດໜູນສະມະຊິກຄອບຄົວ ແລະ ອຸດໜູນວ່າງງານ ໂດຍການຂື້ນບັນຍາຍຂອງທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາປະຊາສຳພັນ ຂອງ ອົງການປະກັນສັງຄົມແຫ່ງຊາດ. ກອງປະຊຸມໄດ້ມີການສົນທະນາແລກປ່ຽນຖາມ-ຕອບຢ່າງກົງໄປກົງມາ ເຊິ່ງບັນຫາທີ່ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈ ກໍ່ຄື ການຂອດໃຫ້ບໍລິການຂອງໂຮງໝໍ ຍັງມີຫຼາຍຂັ້ນຕອນ, ບັນຫາຢາໝົດ, ໄດ້ຈ່າຍເງິນເອງ, ກໍລະນີເຈັບສຸກເສີນ ແລະ ອື່ນໆ, ໂດຍຜູ້ບັນຍາຍໄດ້ອະທິບາຍແຕ່ລະບັນຫາເລິກເຊີ່ງ ພ້ອມທັງໃຫ້ຮູ້ວ່າ ນັບແຕ່ເດືອນ 07/2019 ມາເຖິງປັດຈຸບັນ ປະກັນສັງຄົມໄດ້ມີການມອບໂອນວຽກງານປະກັນສຸຂະພາບ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເປັນຜູ້ຄຸ້ມຄອງໂດຍກົງ. ພາຍຫຼັງການອະທິບາຍຊີ້ແຈງ ເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງເຂົ້າໃຈບັນຫາເລິກເຊິ່ງ ແລະ ເຫັນໄດ້ເຖິງຄວາມສໍາຄັນວຽກງານດັ່ງກ່າວຫຼາຍຂື້ນ.
 
ໃນໂອກາດດັ່ງກ່າວ, ຄະນະປະທານ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມນໍາເອົາຂໍ້ມູນດັ່ງກ່າວໄປເຜີຍແຜ່ຜັນຂະຫຍາຍໃຫ້ພະນັກງານພາຍໃນຫ້ອງການ, ຫົວໜ່ວຍວິສາຫະກິດ ແລະ ຂອບເຂດພາຍໃນບ້ານຂອງຕົນ ໃຫ້ເຂົ້າໃຈຢ່າງທົ່ວເຖິງກັນ, ເຊິ່ງທາງປະກັນສັງຄົມ ກໍ່ມີທີມງານລົງໃຫ້ຂໍ້ມູນເຖິງສະຖານທີ່ຢູ່ພາຍໃນຂອບເຂດທົ່ວປະເທດ.

 

Array
(
    [type] => 8
    [message] => Trying to access array offset on value of type null
    [file] => /home/ssolaogo/public_html/components/com_content/views/article/view.html.php
    [line] => 242
)