![]() | ປະກັນສັງຄົມແຫ່ງຊາດໄດ້ໃຫ້ສິດທິຜົນປະໂຫຍດ 8 ອຸດໜູນໃຫ້ແກ່ຜູ້ປະກັນຕົນ ຄື: ອຸດ ໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ຫຼື ອຸປະຕິເຫດອື່ນໆທີ່ມີການເສຍກຳລັງງານ ຫຼື ເສຍອົງຄະ, ປິ່ນປົວສຸຂະພາບ, ອອກລູກ ຫຼື ຫຼຸລູກ, ປ່ວຍການ, ບຳນານ, ເສຍຊີວິດ, ສະ ມາຊິກຄອບຄົວຂອງຜູ້ເສຍຊີວິດ ແລະ ອຸດໜູນວາງງານ ຈະໄດ້ຮັບສິດທິຜົນປະໂຫຍດ ຕາມລະບຽບການທີ່ໄດ້ກຳໄວ້ຂອງກົດໝາຍວ່າດ້ວຍການປະກັນສັງຄົມ. |
ໃນຕອນເຊົ້າ ວັນທີ 19 ພຶດສະພາ 2017 ຜ່ານມາ, ທີ່ຫ້ອງປະຊຸມກະຊວງ ຍຸຕິທຳ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ່າງໜ້າໂດຍຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ( ຫກປຊ ) ຈັດກອງປະຊຸມເຜີຍແຜ່ຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ປະກັນສັງຄົມ. ໃຫ້ກຽດເປັນປະທານໂດຍ ທ່ານ ລີຊົງ ລີໄຊຕູ້ ຮອງຫົວໜ້າຫ້ອງການກະຊວງ ຍຸຕິທຳ ແລະ ມີບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ ຂອງກະຊວງ ເຂົ້າຮ່ວມຮັບຟັງ: 149 ທ່ານ ຊຶ່ງມີທີມງານຈາກ ຫ້ອງການ ກອງທຶນປະກັນສັງຄົມແຫ່ງຊາດ ນຳທີມ ໂດຍ ທ່ານ ນ ພິມພອນ ສີສົມວົງ ຮອງຫົວໜ້າກົມປະກັນສັງຄົມ, ທ່ານ ເພັດສະໝອນ ສຸກທະວີ ພອນ ຮອງຜູ້ອຳນວຍການ ພ້ອມດ້ວຍຄະນະເຂົ້າຮ່ວມເຜີຍແຜ່.
ໃນກອງປະຊຸມດັ່ງກ່າວ ທ່ານ ພອນສະຫວັດ ເຄື່ອງໄຊຍະວົງ ຮອງຫົວໜ້າພະແນກປະຊາສຳພັນ ຫກປຊ ໄດ້ເຜີຍແຜ່ໃຫ້ຮູ້ວ່າ ລະບົບປະກັນ ສັງຄົມໃນ ສປປ ລາວ ແມ່ນຈັດຕັ້ງປະຕິບັດພາຍໃຕ້ ກົດໝາຍວ່າ ດ້ວຍການປະກັນສັງຄົມ ສະບັບເລກທີ 34/ສພຊ. ໂດຍແມ່ນຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຊຶ່ງໄດ້ເລັ່ງໃສ່ 2 ກຸ້ມເປົ້າໝາຍໃນການຄຸ້ມຄອງ ຄື: ແບບບັງຄັບ ແລະ ແບບສະໝັກໃຈ. ແບບບັງຄັບ ຈະກວມເອົາອົງການຈັດຕັ້ງພັກ-ລັດ; ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ; ຫົວໜ່ວຍແຮງງານ ແລະ ຜູ້ອອກແຮງງານ; ຄົນລາວທີ່ເຮັດວຽກຢູ່ສະຖານທູດ, ກົງສູນ, ອົງການຕ່າງໆ ແລະ ຄົນຕ່າງປະເທດທີ່ເຮັດວຽກໃນຫົວໜ່ວຍແຮງງານຕ່າງໆ. ແບບສະໝັກໃຈ ແມ່ນເລັ່ງໃສ່ຜູ້ປະກອບອາຊີບສ່ວນບຸນຄົນ ແລະ ຜູ້ສະໝັກໃຈທົ່ວໄປ. ຊຶ່ງຈະໄດ້ຮັບການອຸດໜູນທຸກປະເພດເປັນຕົ້ນ ອຸດໜູນປິ່ນປົວສຸຂະພາບ, ອອກລູກ ຫຼື ຫຼຸລູກ, ປ່ວຍການ, ບຳນານ, ເສຍອົງຄະ, ຜູ້ດູແລ, ເສຍຊີວິດ ແລະ ສະມາຊິກຄອບຄົວ ຂອງຜູ້ປະກັນ ຕົນຈະໄດ້ຮັບຢ່າງຫຼວງຫຼາຍ.
ທ່ານ ພອນສະຫວັດ ເຄື່ອງໄຊຍະວົງ ຍັງໃຫ້ຮູ້ຕື່ມອີກວ່າ ພະນັກງານພາກລັດເມື່ອໄດ້ຮັບຂໍ້ຕົກລົງເປັນລັດຖະກອນຮັບເງິນເດືອນ 95% ຕາມ ລະບຽບການແລ້ວ ກໍ່ຈະຖືຕັດເງິນຢ່າງອັດຕະໂມນັດເພື່ອສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ 16,5% ຂອງເງິນເດືອນທັງໝົດ ໃນນັ້ນລັດ ຖະບານໄດ້ຮັບຜິດຊອບ 8,5% ຂອງເງິນເດືອນລັດຖະກອນ ແລະ ພະນັກງານໜຶ່ງຄົນໃດຈະຕ້ອງສົມທົບ 8% ຂອງເງິນເດືອນທັງໝົດ. ສ່ວນ ພາກວິສາຫະກິດຕ້ອງສົມທົບ 11,5% ຂອງເງິນເດືອນປະກັນຕົນ ໃນນັ້ນຜູ້ໃຊ້ແຮງງານຮັບຜິດຊອບຈ່າຍ 6% ຂອງເງິນເດືອນປະກັນຕົນ ແລະ ຜູ້ອອກແຮງງານຈ່າຍ 5,5% ຂອງເງິນເດືອນຜູ້ປະກັນຕົນ ຊຶ່ງມີເພດານສູງສຸດ 4,500,000 ກີບ; ສຳລັບຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ປະກັນຕົນແບບສະໝັກໃຈຕ້ອງຈ່າຍ 9% ຂອງເງິນເດືອນປະກັນຕົນທີ່ສາມາດເລືອກຈ່າຍໄດ້.
ໃນກອງປະຊຸມໄດ້ມີການສົນທະນາຖາມ-ຕອບກ່ຽວກັບບັນດາສິດຜົນປະໂຫຍດ ທີ່ຈະໄດ້ຮັບຈາກການເຂົ້າເປັນສະມາຊີກການປະກັນສັງຄົມ ຊຶ່ງ ໃນສ່ວນໃຫຍ່ແມ່ນເໜັ້ນໃຫ້ປະກັນສັງຄົມ ເພີ່ມຄວາມເອົາໃຈໃສ່ຕໍ່ຂອບບໍລິການປິ່ນປົວສຸຂະພາບຂອງສະມາຊິກ ເວລາໄປໃຊ້ບໍລິການຢູ່ໂຮງໝໍ, ການເຈັບເປັນສຸກເສີນເຫັນວ່າໃນໄລຍະທີ່ຜ່ານມາຍັງບໍ່ຈັດຕັ້ງປະທິບັນໄດ້ດີເທົ່າທີ່ຄວນ ຫຼັງຈາກນັ້ນ, ທ່ານ ເພັດສະໜອນ ສຸກທະວີພອນ ຮອງຜູ້ອຳນວຍການ ຫກປຊ ກໍ່ໄດ້ຊີ້ແຈ້ງບັນຫາຕ່າງໆຢ່າງກົງໄປກົງມາທີ່ເກີດຂຶ້ນໃນການນຳໃຊ້ປະກັນສັງຄົມ ພ້ອມທັງຮັບເອົາຄຳສະເໜີຕ່າງໆ ຄໍາແນະນຳໃນການປັບປຸງລະບຽບການປະກັນສັງຄົມ ເພື່ອນຳສະເໜີຕໍ່ຂັ້ນເທິງປັບປຸງແກ້ໄຂໃນຕໍ່ໜ້າໃຫ້ແທດເໝາະກັບສະພາບການຕົວຈິງ ແລະເປັນທີ່ເພິ່ງພໍໃຈຂອງສະມາຊີກປະກັນສັງຄົມ ເວົ້າສະເພາະຕໍ່ປະຊາຊົນໃນຂອບເຂດທົ່ວປະເທດ.
ພາບ-ຂ່າວໂດຍ: ພະແນກປະຊາສຳພັນ.