ເພື່ອສ້າງຄວາມເຂົ້າໃຈໃຫ້ພະນັກງານລັດຖະກອນກ່ຽວກັບວຽກງານປະກັນສັງຄົມ, ໃນຕອນເຊົ້າວັນທີ 15 ມິຖຸນາ 2023 ຢູ່ທີ່ ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດໃຫ້ມີກອງປະຊຸມເຜີຍແຜ່ປະກັນສັງຄົມໃຫ້ພະນັກງານ-ລັດຖະກອນ ຢູ່ຂັ້ນສູນກາງ (ການເຜີຍແຜ່ຊຸດທີ 2 ໃນເດືອນມິຖຸນາ 2023) ໂດຍການເປັນປະທານຂອງ ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ເຂົ້າຮ່ວມມີຜູ້ຕາງໜ້າທີ່ມາຈາກບັນດາກົມຢູ່ພາຍໃນ 18 ກະຊວງ ແລະ ໜ່ວຍງານປະກັນສຸຂະພາບ ຈາກ 4 ໂຮງໝໍສູນກາງ, ຮອງຫົວໜ້າຫ້ອງການປະກັນສັງຄົມແຂວງຈາກທັງໝົດ 17 ແຂວງ, ນະຄອນຫຼວງວຽງຈັນແລະ ພະນັກງານຫຼັກແຫຼ່ງ ຂອງ ອປຊ ລວມທັງໝົດຈໍານວນ 70 ກ່ວາທ່ານ.