I. ການພັດທະນາວຽກງານປະກັນສັງຄົມຢູ່ ສປປ ລາວ
ເພື່ອເປັນກົນໄກ ແລະ ເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຢູ່ ສປປ ລາວ ໃຫ້ມີຄວາມເປັນເອກະພາບ ຢ່າງທົ່ວເຖິງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປັບປຸງ ແລະ ຍົກລະດັບການປະກັນສັງຄົມ ຈາກດຳລັດສະບັບເລກທີ 70/ນຍ ວ່າດ້ວຍລະບອບປະກັນສັງຄົມແຫ່ງລັດ ແລະ ດຳລັດສະບັບເລກທີ 207/ນຍ ວ່າດ້ວຍລະບອບປະກັນສັງຄົມສຳລັບຜູ້ອອກແຮງງານໃນວິສາຫະກິດ ໂດຍສ້າງເປັນກົດໝາຍ ວ່າດ້ວຍການປະກັນສັງຄົມ, ຊຶ່ງກອງປະຊຸມສະພາແຫ່ງຊາດເທື່ອທີ 5 ຊຸດທີ VII ໄດ້ຮັບ ຮອງໃນວັນທີ 26 ກໍລະກົດ 2013 ຢ່າງເປັນທາງການ. ກົດໝາຍສະບັບນີ້ໄດ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານ ປະກັນສັງຄົມໃຫ້ເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງ ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ຜູ້ປະກອບອາຊີບສ່ວນບຸກຄົນ ໃນທຸກຂົງເຂດການຜະລິດ ແລະ ການບໍລິການ ພ້ອມທັງ ຜູ້ສະໝັກໃຈ ທີ່ໄດ້ສົມທົບເງິນເຂົ້າກອງທຶນປະກັນສັງຄົມ ຕາມທີ່ກົດໝາຍກຳນົດ.
ການປະກັນສັງຄົມຕາມກົດໝາຍສະບັບນີ້ແມ່ນການໂຮມເອົາກອງທຶນປະກັນສັງຄົມ ພາກລັດຖະກອນ ແລະ ພາກວິສາຫະກິດເຂົ້າກັນເປັນ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ເພື່ອເຮັດໃຫ້ກອງທຶນ ດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເຂັ້ມແຂງທາງດ້ານແຫຼ່ງເງິນ ແລະ ເປັນການສົ່ງເສີມການລົງທຶນ ທີ່ຈະເຮັດໃຫ້ສະຖານະພາບທາງດ້ານການເງິນມີຄວາມໝັ້ນຄົງ ແລະ ຍືນຍົງຍິ່ງຂຶ້ນ ເພື່ອສາມາດຮັບປະກັນການສະໜອງເງິນອຸດໜູນປະກັນສັງຄົມ ໃນກໍລະນີຜູ້ປະກັນຕົນ ຫຼື ສະມາຊິກຄອບຄົວເກີດເຫດການໃດໜຶ່ງ ທີ່ພາໃຫ້ມີຄວາມສ່ຽງຕໍ່ການມີລາຍຈ່າຍເພີ່ມ ແລະ ໃນເວລາຂາດລາຍຮັບເຊັ່ນ: ອຸດໜູນອຸປະຕິເຫດແຮງງານ ພະຍາດອາຊີບ ຫຼື ອຸປະຕິເຫດອື່ນ ທີ່ມີການເສຍອົງຄະ, ອຸດໜູນປິ່ນປົວສຸຂະພາບ, ອຸດໜູນອອກລູກ ຫຼື ຫຼຸລູກ, ອຸດໜູນປ່ວຍການ, ອຸດໜູນເສຍອົງຄະ, ອຸດໜູນບໍານານ, ອຸດໜູນເສຍຊີວິດ, ອຸດໜູນສະມາຊິກຄອບຄົວຂອງຜູ້ເສຍຊີວິດ ແລະ ອຸດໜູນວ່າງງານ.
ໃນກົດໝາຍວ່າດ້ວຍການປະກັນສັງຄົມ, ມາດຕາ 04 ໄດ້ເວົ້າເຖິງນະໂຍບາຍຂອງລັດກ່ຽວກັບການປະກັນສັງ ຄົມວ່າ ລັດຖະບານຊຸກຍູ້ ແລະ ສົ່ງເສີມການພັດທະນາວຽກງານປະກັນສັງຄົມໃຫ້ດຳເນີນໄປຄຽງຄູ່ ກັບການເຕີບໂຕທາງ ດ້ານເສດຖະກິດ, ຊຶ່ງລັດຖະບານ ກໍຄື ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈຕ້ອງສົມທົບເງິນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ເພື່ອຮັບປະກັນການຕອບສະໜອງການອຸດໜູນປະກັນສັງຄົມພາຍໃຕ້ການຄຸ້ມຄອງຂອງລັດ ໂດຍມີການຍົກເວັ້ນອາກອນ ສຳລັບເງິນອຸດໜູນປະກັນສັງຄົມປະເພດຕ່າງໆ ກໍຄື ເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ.
ກົດໝາຍວ່າດ້ວຍການປະກັນສັງຄົມ ເລກທີ 34/ສພຊ, ລົງວັນທີ 26 ກໍລະກົດ 2013 ໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ເດືອນ ຕຸລາ 2014 ເປັນຕົ້ນມາ, ໂດຍປະຕິບັດຕາມ ຄຳແນະນຳ ຂອງລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 2751/ຮສສ, ລົງວັນທີ 24 ກໍລະກົດ 2015 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ.
II. ກອງທຶນປະກັນສັງຄົມແຫ່ງຊາດ
2.1. ຄວາມໝາຍຂອງກອງທຶນປະກັນສັງຄົມແຫ່ງຊາດ
ກອງທຶນປະກັນສັງຄົມແຫ່ງຊາດ (ກປຊ) ແມ່ນ ກອງທຶນສະສົມເງິນສົມທົບຂອງ ລັດຖະບານ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈ, ເພື່ອນຳໃຊ້ເຂົ້າໃນການອຸດໜູນປະກັນສັງຄົມ ຕາມທີ່ໄດ້ກຳນົດ.
2.2. ອັດຕາສ່ວນເງິນສົມທົບເຂົ້າ ກອງທຶນປະກັນສັງຄົມແຫ່ງຊາດ:
ການປະກອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດ ມີດັ່ງນີ້:
- 16,5% ພາກລັດຖະກອນ, ໃນນີ້ 8% ຈາກພະນັກງານ-ລັດຖະກອນ, ທະຫານ, ຕ່ຳຫຼວດ ແລະ 8,5% ຈາກລັດຖະບານ;
- 11,5% ພາກວິສາຫະກິດ, ໃນນີ້ 5,5% ຈາກຜູ້ອອກແຮງງານ ແລະ 6% ຈາກຜູ້ໃຊ້ແຮງງານ;
- 9% ຈາກຜູ້ປະກັນຕົນແບບສະໝັກໃຈ.
2.3. ກອງທຶນການອຸດໜູນປະກັນສັງຄົມແຫ່ງຊາດ
ເງິນສົມທົບທັງໝົດຕ້ອງໄດ້ເກັບ ແລະ ສະສົມໄວ້ໃນກອງທຶນປະກັນສັງຄົມແຫ່ງຊາດ ໂດຍໄດ້ຈັດແບ່ງເຂົ້າໃສ່ແຕ່ລະກອງທຶນການອຸດໜູນປະກັນສັງຄົມຕາມອັດຕາສ່ວນດັ່ງລຸ່ມນີ້:
ກອງທຶນການອຸດໜູນປະກັນສັງຄົມ |
ພາກລັດຖະກອນ |
ພາກວິສາຫະກິດ |
ສະໝັກໃຈ |
ກອງທຶນອຸດໜູນ ອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ |
0,5 |
0,5 |
|
ກອງທຶນອຸດໜູນ ປິ່ນປົວສຸຂະພາບ |
1,5 |
1,5 |
1,5 |
ກອງທຶນອຸດໜູນ ໄລຍະສັ້ນ |
2,5 |
2,5 |
2,5 |
ກອງທຶນອຸດໜູນ ໄລຍະຍາວ |
12,0 |
5,0 |
5,0 |
ກອງທຶນ ວ່າງງານ |
|
2,0 |
|
ລວມ |
16,5% |
11,5% |
9,0% |
III. ການຄຸ້ມຄອງຜູ້ສະໝັກໃຈ
3.1. ເປົ້າໝາຍການຄຸ້ມຄອງ:
1. ຜູ້ສືບຕໍ່ປະກັນຕົນແບບສະໝັກໃຈຢູ່ປະຈຸບັນ;
2. ຜູ້ປະກັນຕົນ ທີ່ສິ້ນສຸດສັນຍາແຮງງານ ແລະ ກຳລັງຊອກເຮັດວຽກນຳວິສາຫະກິດ;
3. ຜູ້ປະກັນຕົນ ທີ່ສິ້ນສຸດການຮັບເງິນອຸດໜູນວ່າງງານ ແລະ ຍັງບໍ່ທັນໄດ້ເຂົ້າເຮັດວຽກ ນຳວິສາ ຫະກິດໃດໜຶ່ງ ຫຼື ໄດ້ເຂົ້າເຮັດວຽກນຳວິສາຫະກິດ ທີ່ບໍ່ທັນເຂົ້າປະກັນສັງຄົມ;
4. ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈທົ່ວໄປ;
5. ເຈົ້າຂອງຫົວໜ່ວຍວິສາຫະກິດສ່ວນບຸກຄົນ.
ຜູ້ສະໝັກໃຈ ທີ່ຈະເຂົ້າເປັນຜູ້ປະກັນຕົນແບບສະໝັກໃຈຕ້ອງມີອາຍຸຢູ່ລະຫວ່າງ 18 - 60 ປີ
3.2. ການເຂົ້າເປັນຜູ້ປະກັນຕົນແບບສະໝັກໃຈ:
ຜູ້ສະໝັກໃຈຕ້ອງໄດ້ເຮັດສັນຍາກັບ ກປຊ ໃນການເຂົ້າເປັນ ຜູ້ປະກັນຕົນແບບສະໝັກໃຈ ເພື່ອກຳນົດພັນທະ ພ້ອມທັງສິດ ແລະ ຜົນປະໂຫຍດ.
ຜູ້ປະກັນຕົນແບບສະໝັກໃຈ ຕ້ອງໄດ້ສົມທົບເງິນເຂົ້າ ກປຊ ໃນອັດຕາສ່ວນເງິນສົມທົບ 9% ຂອງເງິນ ທີ່ສາມາດເລືອກເອົາເປັນລະດັບເງິນເດືອນປະກັນຕົນຂອງຜູ້ກ່ຽວ ໂດຍໃຫ້ຢູ່ລະຫວ່າງເງິນເດືອນຕ່ຳສຸດຂອງພາກວິສາຫະກິດ ທີ່ລັດກຳນົດໃຊ້ ແລະ ເພດານເງິນເດືອນປະກັນຕົນສູງສຸດຂອງ ກປຊ ກຳນົດໄວ້ ເພື່ອການອຸດໜູນປະກັນສັງຄົມເຊັ່ນ: ການອຸດໜູນປິ່ນປົວສຸຂະພາບ, ການອຸດໜູນອອກລູກ ຫຼື ຫຼຸລູກ, ການອຸດໜູນປ່ວຍການ (ໃນເວລາເຈັບປ່ວຍ), ອຸດໜູນເສຍອົງຄະ, ອຸດໜູນບຳນານ, ອຸດໜູນເສຍຊີວິດ ແລະ ການອຸດໜູນສະມາຊິກຄອບຄົວ.
div#mb_center,div#mb_bottom{ z - index: 9999; } div#mb_overlay{ z - index: 9999; }